ເບິ່ງທັ່ນເທບພັນລາວ

ນາງເອ໋ ຖ່າຍຮູບ
ເຫັນລະໂຕະຈາຍ ກັກໆໆໆ

ເປີດກິດຈະການຮ້ານບາເຫລົ້າ Lazy Drunk Ass

ຖ້າທຸກທ່ານໄດ້ກາຍມາຍັງຊັ້ນລຸ່ມຂອງຫໍນັກຮຽນຕ່າງປະເທດໃນ ວິທະຍາເຂດ ມະຫາວິທະຍາໄລ ຊົນເຜົ່າ ກວາງຊີ ກໍຢ່າລືມ ມາແວ່ຮ້ານບາ ແຫ່ງນີ້ ເຊິ່ງເປີດຕັ້ງແຕ່ ແປດໂມງແລງ ເຖິງ ຫົກໂມງເຊົ້າ, ບັນຍາກາດຮ້ານເປັນກັນ ເອງຕົກແຕ່ງດ້ວຍໂທນສີເຫລືອງ ແລະ ຟັງເພງສະບາຍໆ ສະບາຍໆ ບໍ່ວ່າ ຈະເປັນຈາກ ວົງດົນຕີ folk song ຫລື ຈາກເພງໃນຄອມຂອງເຮົາ ເຊິ່ງລຳໂພງຂອງຮ້ານເຮົາຮັບປະກັນວ່າ ສຽງຫນຸ້ມທີ່ສຸດໃນຫໍ ແນວເພງທີ່ກໍຫລາກຫລາຍ ບໍ່ວ່າຈະເປັນ: ເພື່ອຊີວິດ, ເຣ໊ກເກ້, ສະກາ, ແຈ໊ດຊ໌… ເລດີ້ໄນ້ ວັນສຸກ ມາສອງທ່ານຂື້ນໄປ ໃຫ້ ໄວນ໌ ແກ່ສຸພາບສະຕຣີຟຣີ ທັນທີ. ຖ້າທ່ານຫິວ ທ້ອງຫວ່າງ ພວກເຮົາມີ ຂອງແກ້ມບໍ່ວ່າ ຈະເປັນ ແກ່ນດອກຕາເວັນ, ຕົ້ນຫມີ່, ໄກ່ທອດ, ແຮມເບີເກີ້, ໄກ່ປ໊ອບ ສັ່ງມາສົ່ງໃຫ້ທ່ານໄດ້ໃນລາຄາທີ່ເປັນກັນເອງ ພິເສດ ສຳລັບ Happy Hour ຂອງເຮົາ ຊ່ວງ ຫນຶ່ງໂມງ ຫາ ສອງໂມງ ນີ້ ເຮົາມີ ໃບຂຽວ ໃນຈຳນວນຈຳກັດ. ຫາກທ່ານຄິດຢາກເມົາລືມເລື່ອງແຟນສາວ, ເລື່ອງເງິນບານທີ່ເສຍໄປ ຢ່າລືມ ຮ້ານ Lazy Drunk Ass!

ເຄື່ອງມາຮອດ
ໂອ້ ເຢ້ ມາແລ້ວ ທະຍອຍ ມາ, ນັ່ງຖ້າປະມານ ສາມມື້ ຫມັ່ນນຳເຈົ້າຂອງຮ້ານຢູ່ ‘ເຄື່ອງຄືຍັງບໍ່ຮອດວ່າ??’ ‘ຮູ້ສຶກວ່າມັນຊ້າຜິດປົກະຕິໃດ໋ນິ’ ຮູ້ສຶກລຳຄານຕົວເອງແທນເຈົ້າຂອງຮ້ານຂະເຈົ້າຮະໆແຕ່ແລະແລ້ວມັນກໍມາ! ມາຮອດກ່ອນຫມູ່ແມ່ນ ໂສ້ງ ເຮີ່ໆ ຢູ່ໄກກວ່າຫມູ່ແຕ່ ມາຮອດກ່ອນຫມູ່ ປັກກີ່ງ ກັບ ຫນານຫນິງ ຢາກວ່າ ຄົນລະສົ້ນປະເທດ ສາມມື້ມາຮອດ, ມື້ຕໍ່ມາ ຮ້ານສະເກັດໂທມາ ວ່າເຄື່ອງຮອດແລ້ວ (ຮ້ານນີ້ ຝາກຫມູ່ເອົາມາໃຫ້ ບໍ່ໄດ້ໃຊ້ໄປສະນີ) ຈ່າຍເງິນໄປ ລະກະ ກັບ ຫ້ອງໄປປະກອບສະເກັດ ຮູ້ສຶກເຈົ້າຂອງຮ້ານແຖມເຄື່ອງໃຫ້ຫລາຍເຕີບ ສົງໃສຟັນໄດ້ຫລາຍ ຄ່ຳໄປສະນີໂທມາບອກວ່າ ມີບັນຫາຫນ້ອຍຫນື່ງສົ່ງເຄື່ອງບໍ່ໄດ້ມື້ນີ້ ແລ້ວມື້ອື່ນຕອນເຊົ້າຈະໄປສົ່ງໃຫ້.
ເຊົ້າຕໍ່ມາຂະນະ ນັ່ງຮຽນ ໂທລະສັບສັ່ນ (ລອງຄຶດເອົາ ສຽງໂທລະສັບສັ່ນໃສ່ຂາ ວື້ໆໆ) ກົ້ມໂຕເບີ່ງເບີ ເອີ ບໍ່ຄຸ້ນເວີ້ຍ ຂໍອາຈານອອກໄປຮັບສາຍທັງນອກ,
ເວີ໋ຍ? ຫນີ່ຊີ້ງລ້າຍຊື້ມະ? … ເອີ້ ດ໋ຽວແປກ່ອນ
ຮະໂລ ເຈົ້າແຊ້ ລ້າຍ ແມ່ນບໍ່? (ຊື່ຈີນ ລ້າຍເຫວີນ 赖文)
ຕອບວ່າ ແມ່ນ
ອັນນີ້ ແມ່ນ ພະນັກງານ ໄປສະນີ ເຈົ້າວ່າງບໍ່ ຂ້ອຍຈະເອົາເຄື່ອງໄປສົ່ງ
ເອີ ຂ້ອຍຄາຮຽນຢູ່ນະ ອ້າຍ
ຫວາ? ຕຶກຮຽນເຈົ້າຢູ່ໃສດ໋ຽວຂ້ອຍໄປສົ່ງໃຫ້ຢູ່ຕຶກເລີຍ (ພະນັກງານຈີນຂະເຈົ້າຈະເອົາເຄື່ອງທີ່ມີຈຸດຫມາຍໃກ້ກັນ ໄປສົ່ງພ້ອມກັນບາດດ໋ຽວ)
ນ້ອງຢູ່ຕຶກສອນພາສາຈີນ (ໃຈຈິງຢາກບອກ ກູບອກວ່າກູບໍ່ວ່າງ)
ເອີ້ ຊັ້ນດ໋ຽວຂ້ອຍເອົາເຄື່ອງໄປໃຫ້
ຮະ?! ຕຶກຮຽນນີ້ໃດ໋?
ອືມ ແມ່ນດ໋ຽວໄປ
ຕູ້ດດດດດດດດດດ….
ເອີ້… ຕາຍ ນັ່ງຖ້າກ່ອນ. ພໍແຕ່ກົ້ມຫນ້າເບີ່ງພື້ນປູຊີເມັນ ແລ້ວເງີຍຫນ້າຂື້ນ ລົດຈັກ ຄັນຫນື່ງພ້ອມ ເຄື່ອງເຕັມຄັນ (ມັນໃສ່ໄດ້ຈັ່ງໃດຫວະ?!) ໃສ່ຊຸດບໍລິສັດໄປສະນີ ແບບວ່າຢູ່ນີ້ຂະເຈົ້າມີ ໄປສະນີເອກະຊົນຫັ້ນນະ ຈື່ວ່າເຈົ້າຂອງຮ້ານບອກວ່າ ບໍລິສັດນີ້ ກະເລີຍເຂົ້າໄປຖາມ ເຄື່ອງ, ລາວໃຫ້ບອກຊື່ ລະກະ ເຊັນຊື່, ເອົາເຄື່ອງລະກະ ຂັບຫນີ ໂດຍບໍ່ມີເຍື້ອໃຍ (ມີນຳມັນເຮັດຫຍັງຫວະ?!) ແລ້ວກະ ຍ່າງຂື້ນຫ້ອງພ້ອມກ່ອງຫໍ້ປາສຕິກສີດຳ. ຫມູ່ໃນຫ້ອງຫລຽວເບີ່ງ ລົງໄປແປັບຫນື່ງ ມັນທັນໄປຊື້ຫຍັງຫວະ?! ເຮີ່ໆ ນັ່ງຮຽນ ຮອດໂມງເລິກ ກັບ ຫ້ອງໄປແກະກ່ອງເບີ່ງເກີບ. ໂອ້ໂຫ ມັນສຸດຍອດ ຢາກເອົານອນນຳເລີຍ (ເປັນໂລກຢາກນອນກອດເກີບແບຣນເນມ ເຮີ່ໆ)….
ເບີ່ງຮູບ


ກັບຈີນ ອີກຄັ້ງ
ກັບຈີນເທື່ອ ກັບທາງຍົນ ບິນກົງໄປຄູນຫມິງ ແລ້ວ ຕໍ່ລົດໄຟ ມາໜານໜິງ, ປົກະຕິ ຕົວເອງຈະກັບ ທາງຫວຽດ ດ້ວຍລົດເມ ແວ່ ຫລີ້ນ ຮ່າໂນ່ຍ ກັບຫມູ່ ຈັກຄືນ ລະກະ ຕໍ່ລົດ ເຂົ້າໜານໜິງເລີຍ ແຕ່ ເທື່ອນີ້ ແຟນກັບພ້ອມ ເຮີ່ໆ. ມາຮອດປຸບ ໂອ້ໂຫ ໃນຫ້ອງມີການປ່ຽນແປງ ຫມູ່ຄົນລາວ ທີ່ຢູ່ຫ້ອງດຽວກັນມີແນວ surprise ມີຄົນຫວຽດມາຢູ່ບ່ອນຕຽງຫວ່າງຟາກຕິດກັບຫ້ອງນ້ຳຂອງຫ້ອງ ໂອ່ຍ ເປັນກະເທີຍ ອີກ ເຮີ່ໆ ໂອ່ ລະ ນໍ່ ຈາກການສັງເກດ ຮູ້ສຶກວ່າ ນິໃສ ເປັນແນວນີ້
- ເດັກຮຽນ
- ນິດໃສ ຕຸ໋ດໆ ທົ່ວໄປ ບຳລຸງຫນ້າ ດ້ວຍຄຣີມຫຍັງບຸຫລາຍໆ ຢ່າງກ່ອນນອນ
- ມັກມາວົນວາຍ ເບີ່ງວ່າ ເຮົາເຮັດຫຍັງຢູ່ຄອມຫມົດມື້. (ຕອນທີ່ຂຽນເລື່ອງນີ້ຢູ່ ມັນກະ ກາຍມາເບີ່ງຢູ່ສອງເທື່ອ)
- ເປັນແມ່ບ້ານ ແມ່ເຮືອນ ເຮີ່ໆ ຖູຫ້ອງທຸກ ສາມມື້ ອັນນີ້ ຖືວ່າດີ ເພາະ ປົກະຕິ ຫ້ອງຕົວເອງ ຈະມີແຕ່ຄົນລາວ ລະກະ ມັນຂີ໋ຄ໊ານນນຖູຫມົດສາມອ້າຍນ້ອງລາວ ອ້າຍຫວຽດ ຫລື ເອື້ອຍຫວຽດ? ກະເລີຍ ຮັບຈ໊ອບ
ກັບມາໄດ້ ເກືອບ ທິດແລ້ວ, ແລະຫາກໍໄປ ເປີດ ບັດທະນາຄານອີກທະນາຄານຫນື່ງ ເພື່ອ! ເພື່ອຊື້ເຄື່ອງອອນໄລນ໌ ໂດຍສະເພາະ ເຮີ່ໆ ໃສ່ເງິນໄປຈຳນວນ ຫນື່ງ ຄຳນວນຈາກການຄິດ ແຍກ ຈາກອີກບັດ ທີ່ໄວ້ຈ່າຍຄ່າກິນ. ປະກົດວ່າ ຕອນນີ້ ຫມົດໄປແລ້ວ ທັງຫມົດສຳລັບ ຊື້ເຄື່ອງ 6250ບາດ ເອີ໋ ຍັງສິ ຊື້ໄອພັອດອີກ ເອີ້! ທ້າຍເທີມ ເອົາຫຍັງກິນນໍ້??
ຕົວຢ່າງຮູບກິເລສ ເຂົ້າສະຫມອງຕົວເອງ



ພັກລະດູຫນາວ ທີ່ຮ້ອນ
ພັກລະດູຫນາວປີນີ້ ຍາວກວ່າ ທຸກໆ ເທື່ອເພາະ ຢູ່ຖ້າເສັງທຶນຈີນ ທີ່ຫລາຍຄົນປາດຖະຫນາ ເປີເຊັນໄດ້ ແໝ໋ ລອງໄລ່ ເປັນອັດຕາສ່ວນຢູ່ທີ່ 4ເປີເຊັນ ແຕ່! ແຕ່ ແລະ ແຕ່ ຄວາມເຂົ້າໃຈບົດເລກ ຂອງ ຕົວເອງນັ້ນນ້ອຍນິດເກືອບຈະບໍ່ມີເລີຍກະວ່າໄດ້ ກະເລີຍເຮັດໃຫ້ ແຕ່ລະມື້ໃນວັນພັກຕົວເອງ ມີແຕ່ ຕື່ນເຊົ້າມາ, ເຮັດວຽກຊ່ວຍທຸລະກິດທາງບ້ານເລັກຫນ້ອຍ, ລະກະ ສະເກັດ. ປີນີ້ ມີສະມາຊິກໃຫມ່ ຊື່ Casper ຊື່ລາວຕັ້ງໃຫ້ວ່າ ແຄນ ຮ່າໆ ເປັນຫຍັງ ຈື່ງມີຊື່ລາວ? ແຄນ ເປັນຄົນສະວີເດນ ມາເຮັດວຽກໂຄງການ ສຶກສາຫຍັງຈັກຢ່າງ ບໍ່ໄດ້ຖາມລະອຽດ ດ໋ຽວມັນຈະວ່າ ຫຍຸ້ງ ຝີມື ສະເກັດ ຂັ້ນແອັມເລີຍ ບໍ່ແອັມແນວໃດ ຫລີ້ນມາໄດ້ 16ປີລະ. ພັກປີນີ້ ພໍດີມີ ບ່ອນເຫລືອສຳລັບໄປອົບຮົມ ໄອທີ ສຳລັບ ໃຊ້ໃນການໂຮງແຮມ ແມ່ເລີຍສົ່ງຕົວເອງໄປ ເພາະວ່າຈັ່ງໃດກະສິຮຽນດ້ານນີ້ ການຝຶກອົບຮົມນີ້ ສອນໃຊ້ໂປຣແກຣມ ຮັບແຂກ… ແລະ ການແກ້ບັນຫາຫລາຍຢ່າງໃນໂຮງແຮມ ແຕ່ທີ່ເລົ່າເລື່ອງໄປ ຝຶກອົບຮົມນີ້ ຍ້ອນ ມັນເປັນຂໍ້ອ້າງໄປຢືມລົດກັບນ້າສາວ ລົດມໍລະດົກ ສະໃຫມປີ 1943 ຢູ່ລາວເຫັນມີຢູ່ບໍ່ຫນ້າເກີນ 5ຄັນ. ມັນກະເລີຍເປັນວ່າ ທຸກແລງຈະມີການໂຊລົດຄລາສສິກ ເກີດຂື້ນທີ່ ເດີ່ນທາດຫລວງ ບ່ອນຫລີ້ນສະເກັດ ລວມມີ ເວສປ້າ ຫລາຍຄັນ ຫລາຍປີ, ທັນເດີ້ເບີດ ອັນນີ້ ລົດອ້າຍມົນ ຊ່າງແປງເວສປ້າ ບາງເທື່ອລາວກະຂີ່ມານັ່ງເບີ່ງ ພວກສະເກັດຫລີ້ນ, ລົດໂຟ໊ກກະບະ ຂອງ ປີ່ງ ແຕ່ງຫມົດໄປ ເກືອບ ສີ່ແສນກວ່າບາດ ພວກນັກເລງເຄື່ອງແທ້, ລະກະ ມໍຣິສ ລົດທີ່ໄປຢືມຫນ້າສາວມາ ບໍ່ໄດ້ແຕ່ງຫຍັງ ເຮີ່ໆ. ແລະທຸກຄ່ຳວັນສຸກ ຈະມີການຊອດແຈ້ວກັນເກີດຂື້ນ ມັນເລີ່ມຈາກ ມູນເດີໄນ້ ໄປ ຂອງວິວ, ວິນເວສ ລະກະ ເຊເຊເຊ ຮ້ານໂຟ໊ກຊອງ ໃກ້ໆກັບວິນເວສ ຕໍ່ຈົນເຂົາປິດຮ້ານ ສອງຮອບລະກະ ກັບ ປິດສອງຮອບນີ້ຫມາຍເຖິງ ປິດຮອບທຳອິດແມ່ນ 1ໂມງ ປິດບໍ່ໃຫ້ຕຳຫລວດມາຈັບ ຂໍ້ຫາເປີດເກີນຍາມ, ປິດຮອບສອງ ເຈົ້າຂອງຮ້ານສິປິດຮ້ານອີ່ຫລີ ເອີ້!
ກັບຈີນ
ໃນທີ່ສຸດ ວັນເວລາ ທີ່ດີຂອງການໄດ້ຢູ່ລາວ ຂອງ ຕົວເອງ ແຕ່ລະມື້ ຫລີ້ນສະເກັດ, ຫລີ້ນກາງຄືນ, ນອນຢູ່ບ້ານ, ຂັບລົດຫລີ້ນ ແໝ໋ ມ່ວນແທ້ ເດ້ ຢູ່ລາວ. ແລ້ວມັນກໍມາເຖິງ ລົງລົດແທ໊ກຊີ່ ຢູ່ຫນ້າຫໍພັກ ຍ່າງໄປຫາຄົນເຝົ້າຕຶກ ຂໍກະແຈຫ້ອງເກົ່າ, ໃນເທີມນີ້ ທຸກຄົນຍ້າຍຫ້ອງຫມົດ ຍົກເວັ້ນຕົວເອງ ຮູ້ສຶກວ່າແມ່ນແນວນັ້ນ (ມັກຫ້ອງເກົ່ານ່າ). ເຂົ້າຫ້ອງທຳອິດ ຫລຽວໄປເບີ່ງ ໂປສເຕີ້ ຢູ່ຝາ ຢູ່ຄົບທຸກອັນ ຫ້ອງສະອາດເກີນເຫດ (ໄປຖາມຄົນເຝົ້າຕຶກລາວວ່າມີຄົນໄທ ມາໃຊ້ຫ້ອງປະມານ ອາທິດ ຫນື່ງເນື່ອງຈາກ ນ້ຳປະປາ ຢູ່ຫ້ອງ ເຂົາເຈົ້າແຕກ ຕ້ອງໄດ້ແປງ) ແລ້ວກໍຄົນເຄື່ອງທີ່ຝາກໄວ້ຫໍ ມາໄວ້ ຫ້ອງຕົນເອງ ເຄື່ອງບັກຫລາຍໆ ປະມານ ສີ່ຖົງໃຫຍ່ ສ່ວນຫລາຍ ແມ່ນໃຊ້ ກັບເຄື່ອງແຕ່ງຫ້ອງ. ບໍ່ຮູ້ຈະເລີ້ມຈັດຫຍັງກ່ອນ ເລີຍຈັດໆ ໂຕະກ່ອນ ເພື່ອຈະຫລີ້ນເນັດ ຮ່າໆ ແລ້ວ ສອງອາທິດຜ່ານໄປ ເຄື່ອງກະຍັງກອງຢູ່ຄືເກົ່າ ມີແຕ່ ເສື້ອຜ້າທີ່ຈັດເຂົ້າຕູ້, ໂຕະທີ່ຈັດຄືເກົ່າເປະ ແລະ ຕຽງນອນປູໃຫ້ນອນນຸ້ມກວ່າເກົ່າ ສຸກກາຍ ແຕ່ ຄິດຮອດແຟນ ຮ່າໆ

ຈັບແມັກ
ຍ່າງເຂົ້າຮ້ານແມັກໂດນັລລະສັ່ງຊຸດທີ່ແປດ ເອີ້ຍ! ບໍ່ແມ່ນ ຫລັງຈາກພາແມ່ເຖົ້າໄປໂຮງຫມໍມາເປັນທີ່ຮຽບຮ້ອຍ ຕອນປະມານບ່າຍໆ ກໍອອກໄປເລາະຍ່າງເຂົ້າຮ້ານ ໄອສະຕູດິໂອ ທຳອິດວ່າກະຈະຍ່າງເບີ່ງຫລີ້ນມື້ຫນ້າຈື່ງຊື້ ເບີ່ງໄປເບີ່ງມາແມ່ຖາມ ບໍ່ຊື້ເລີຍບໍ? ເອົາລະບາດນີ້ ເຮັດດດດ ບອກພະນັກງານວ່າຈະເອົາເຄື່ອງຫນື່ງລຸ້ນ ສອງຈຸດສີ່ ພະນັກງານອະທິບາຍໄປມາ ແມ່ເຮົາກະຟັງໄປ ລະມາສະດຸດຢູ່ລຸ້ນຖັດມາ ສອງຈຸດຫົກຫົກ ທີ່ສະເປັກສູງກວ່າ ຫລາຍເຕິບ ລາບລອຍກວ່າເກົ່າ ຈັດການຖາມເລື່ອງຊື້ ແລະ Vat refund 7%, ຫນື່ງຊົ່ວໂມງຜ່ານໄປ ຫລັງຈາກໄປ ກິນເຂົ້າຊຳຊາ ພະນັກງານລົງໂປຣແກຣມໃຫ້ຈົນຫມົດກໍກັບມາເອົາເຄື່ອງແລ້ວກັບໂຮງແຮມ ກັບຮອດໂຮງແຮມ ບໍ່ລໍຊ້າ ຊື້ບັດເນັດ ແລ້ວລອງເອົາໄອແມັກຕໍ່ເນັດ ຮູ້ສຶກວ່າໄອແມັກຍັງມີບັນຫາກັບພາສາລາວຢູ່ຫນ້ອຍຫນື່ງແຕ່ແກ້ໄຂເປັນທີ່ຮຽບຮ້ອຍແລ້ວ
ເອົ້າ! ເລາະເມືອງກຸງເຕບ
ມື້ອື່ນ ຈະໄປກຸງເທບ ແມ່ໄປກວດສຸຂະພາບ, ແມ່ເຖົ້າໄປຜ່າຕັດຕາ ຄືສິຢູ່ປະມານອາທິດຫນື່ງ, ພໍດີບາງທີພີ່ນ້ອງຢູ່ພຸ້ນອາດຮັບໄປຫລີ້ນແນ່ ຈຸດປະສົງແທ້ຈິງຢາກໄປຊື້ ເກີບ, ຄອມ ລະກະ ແຜ່ນສະເກັດ ຫຍີ່ຫໍ້ Zero ວ່າຈະຊື້ຢູ່ຈີນ ແຕ່ທີ່ຢາກໄດ້ມັນເປັນລາຍລຸ້ນເກົ່າ ຢູ່ຈີນມັນຄືສິຫາຍາກ. ຈະລອງພະຍາຍາມອອນທຸກມື້. ເລື່ອງເສື້ອພັນລາວກະຍັງໄປບໍ່ຮອດໃສ ກະສິກັບຈີນລະເຮີ້ … ເມຈເຊດ ຫາສາວກະຍັງບໍ່ຕອບ ຈັກລາວເປັນອິສັງ ເຮີ້ ອີກຈະກະຫນ້ອຍ ກະຈະໄດ້ກັບບ້ານຫລັງທີສອງລະເຮີ່ໆ ໄປແຕ່ງຫ້ອງຄືນໃຫມ່ກ່ອນ ເທີມແລ້ວ ໂທນ ຂຽວສົ້ມ ປີນີ້ ເຮັດສີຫຍັງດີຫວ່າ?? ໄປຍັດເຄື່ອງໃສ່ເປ້ກ່ອນ

ຮູບແຜ່ນທີ່ກະຈະຊື້